ວັນສຸກທີ2ສິງຫາ24ມີໂອກາດຮ່ວມງານເສວະນາການນໍາໃຊ້ປັນຍາປະດິດAI(Artificial Intelligence to assist News and Media)ແລະສິ່ງທ້າທາຍສື່ສັງຄົມອອນລາຍໃນລາວ ທີ່ໂຮງແຮມລາວແທລ,ນະຄອນຫລວງວຽງຈັນຕາມຄໍາເຊີນ.

ການເສລະນາຄັ້ງນີ້ແມ່ນສະມາຄົມນັກຂ່າວLJAແລະອົງການແຄCARE Laoເປັນເຈົ້າພາບ ສະໜັບສະໜູນໂດຍສະຫະພາບເອີຣົບEU,ທ່ານດາວວອນພະຈັນທະວົງ ປະທານກິດຕິມະສັກສະມາຄົມນັກຂ່າວ,ທ່ານກິດສະໜາວົງໄຊພ້ອມຄອບຄົວແລະນັກທຸລະກິດຈຳນວນໜຶ່ງ. ດີໃຈແລະກໍ່ພູມໃຈເປັນຢ່າງຍິ່ງທີ່ເຫັນລູກຫລານຄົນຮຸ່ນໜຸ່ມທີ່ມາເປັນວິທະຍາກອນໃນມື້ນີ້ລ້ວນແລ້ວແຕ່ເປັນຄົນມີຄວາມຮູ້ຄວາມສາມາດສູງ,ມີລະດັບການສຶກສາດີແລະເປັນມືອາຊີບທີ່ນໍາຍຸກນໍາສະໄໝທາງດ້ານເທັກໂນໂລຊີສື່ສານມວນຊົນທີ່ສາມາດເຊື່ອມສານກັບສາກົນໄດ້.

ສະນັ້ນ,ການເສວະນາໃນມື້ນີ້ເຖິງວ່າຈະເປັນເວລາທີ່ສັ້ນຫລາຍ ແຕ່ກໍ່ມີຜົນປະໂຫຍດສູງເພາະມັນເປັນໂອກາດດີທີ່ນັກຂ່າວສື່ສານມວນຊົນຮຸ່ນສືບທອດພວກເຮົາຈະນໍາເອົາຄວາມຮູ້,ປະສົບການຈາກວິທະຍາກອນເຫລົ່ານີ້ໄປໃຊ້ໃຫ້ບັງເກີດຜົນໂດຍສະເພາະແມ່ນAIເຊິ່ງມາຮອດປັດຈຸບັນນີ້ໂລກເຂົາພັດທະນາໄປໃກແລ້ວ ແຕ່ພວກເຮົາບໍ່ຈໍາເປັນໄປຄົ້ນຄວ້າແລະເລີ້ມເຮັດໃໝ່ນັບ1,2,3,4,ໄປ ເຮົານໍາໃຊ້ຜົນສຳເລັດທີ່ເຂົາເຮັດມາແລ້ວໄປໂລດ ໄປທາງລັດກໍ່ວ່າແມ່ນຈຶ່ງຈະໄດ້ຮັບຜົນໄວກວ່າແລະມີປະສິດທິຜົນສູງກວ່າແລະຈະເຮັດໃຫ້ການພັດທະນາວຽກງານສື່ສານມວນຊົນລາວຂອງພວກເຮົາກ້າວໄປໃກ້ມໍ່ກັບສື່ມວນຊົນຂອງບັນດາປະເທດອ້ອມຂ້າງກໍ່ຄືຢູ່ໃນຂົງເຂດອາຊຽນໃນສະເພາະໜ້າແລະຍາວນານ.