ມື້ນີ້ ວັນພຸດ ທີ 16 ຕຸລາ 2024 ເປັນມື້ທີ 3

ຂອງການດຳເນີນຊຸດຝຶກອົບຮົມຄູຝຶກນັກຂ່າວທີ່ສຳນັກງານໜັງສືພິມພາສາຕ່າງປະເທດ ເລີ່ມຕົ້ນດ້ວຍການທົບທວນຄືນບັນດາບົດຮຽນທີ່ໄດ້ຮຽນຜ່ານມາໃນມື້ວານນີ້ເປັນຕົ້ນແມ່ນສະພາບການປ່ຽນແປງຂອງດິນຟ້າອາກາດໃນໂລກ ແລະ ລາວເຮົາ, ແຫລ່ງຂ່າວທີ່ໜ້າເຊື່ອຖືໄດ້ ແລະ ບໍ່ເຊື່ອຖືໄດ້, ນິຍາມຄໍາສັບພູມອາກາດ, ດິນຟ້າອາກາດ, ໂລກຮ້ອນ Climate Change, Weather forecast ພະຍາກອນອາກາດ, ບົດບາດຂອງຄູຝຶກທີ່ຈະເຮັດໜ້າທີ່ສົ່ງຄວາມຮູ້ເນື້ອໃນຕ່າງໆ, ວິທີການຕ່າງໆໃຫ້ປຸ່ມເປົ້າໝາຍສຳມະນາກອນດ້ວຍການສົມທົບຫລາຍວິທີການປະສານກັນທີ່ສ້າງບັນຍາກາດແລະຄວາມເຂົ້າໃຈໄດ້ງ່າຍ.

ນອກນັ້ນ, ແມ່ນຖືເອົາຜູ້ເຂົ້າຮຽນເປັນຈຸດໃຈກາງການຮຽນ, ແລກປ່ຽນຮຽນຮູ້ແລະສົນທະນາກັນ ສ່ວນຄູຝຶກນັ້ນແມ່ນເປັນຜູ້ນໍາພາຊີິແນະສະຫລຸບສັງລວມບັນຫາໃຫ້ຢ່າງວິຊາຊີບ.

ສຸດທ້າຍແມ່ນການສັງເກດລວມບຸກຄະລູກລັກສະນະວິທີການສິດສອນຂອງອາຈານອັນດີ, ອ່ອນແນວໃດ ແລະ ຄວນປັບປຸງຈຸດໃດຕື່ມເພື່ອປັບປຸງວິທີການສິດສອນຮໍ່າຮຽນໃຫ້ດີຂຶ້ນສຳລັບມື້ຕໍ່ໄປ.

Similar Posts