ສະເຫຼີມສະຫຼອງ ວັນສື່ມວນຊົນລາວ ຄົບຮອບ 74 ປີ 

ໃນວັນທີ 2 ສິງຫາ 2024, ອົງການແຄຣ໌ ລາວ ແລະ ໂຄງການ ແກມຊິວ ໄດ້ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນສື່ມວນຊົນລາວ ຄົບຮອບ 74 ປີ ໃນຫົວຂໍ້ “ການນຳໃຊ້ປັນຍາປະດິດ ແລະ ສິ່ງທ້າທາຍຂອງສື່ສັງຄົມອອນລາຍສຳລັບສື່ມວນຊົນລາວ” ເຊິ່ງຈັດໂດຍ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມໃນພິທີສະເຫຼີມສະຫຼອງ ທັງຮູບແບບເຊິ່ງໜ້າ ແລະ ອອນລາຍ ຫຼາຍກວ່າ 200 ທ່ານ ໃນທົ່ວປະເທດ. ພາຍໃນງານໄດ້ມີການສົນທະນາໃນຫົວຂໍ້ “ການນໍາໃຊ້ ປັນຍາປະດິດ ຊ່ວຍສື່ມວນຊົນ; ການນໍາໃຊ້ ປັນຍາປະດິດ ເຂົ້າໃນວຽກງານຂ່າວ ແລະ ຈັນຍາບັນ; ວິທີນໍາໃຊ້ຄຸນປະໂຫຍດ ແລະ ຄວາມປອດໄພການໃຊ້ສື່ສັງຄົມອອນລາຍ; ແລະ ຄວາມສຳຄັນຂອງການພັດທະນາຍືນຍົງສີຂຽວ.” 

ສະນັ້ນ, ເພື່ອຊ່ວຍໃຫ້ນັກຂ່າວລາວ ສາມາດນຳໃຊ້ເຄື່ອງມືເຕັກໂນໂລຊີ ເຂົ້າໃນການຜະລິດສື່ດິຈີຕອນ, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອົງການແຄຣ໌ ແລະ ໂຄງການ ແກມຊິວ ຈຶ່ງໄດ້ເຮັດວຽກຮ່ວມກັບຫຼາຍໆພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະນັກຂ່າວລາວ ໃນການສະໜັບສະໜູນການແກ້ໄຂຊ່ອງວາງ ດ້ານຄວາມຮູ້ທາງສື່ສັງຄົມ, ປັບປຸງການຮັບຮູ້ທາງດ້ານສື່ດິຈີຕອນ ເພື່ອເພີ່ມການເຂົ້າເຖິງຂໍ້ມູນຂ່າວສານ ການພັດທະນາທີ່ກ່ຽວຂ້ອງກັບບົດບາດທາງເພດ ແລະ ການພັດທະນາສີຂຽວ.

Similar Posts