ກິດຈະກຳ ໂຄງການ GAMCIL ປະຈຳເດືອນ August 2024-2025

ມື້ນີ້ ວັນພຸດ ທີ 16 ຕຸລາ 2024 ເປັນມື້ທີ 3

ຂອງການດຳເນີນຊຸດຝຶກອົບຮົມຄູຝຶກນັກຂ່າວທີ່ສຳນັກງານໜັງສືພິມພາສາຕ່າງປະເທດ ເລີ່ມຕົ້ນດ້ວຍການທົບທວນຄືນບັນດາບົດຮຽນທີ່ໄດ້ຮຽນຜ່ານມາໃນມື້ວານນີ້ເປັນຕົ້ນແມ່ນສະພາບການປ່ຽນແປງຂອງດິນຟ້າອາກາດໃນໂລກ ແລະ ລາວເຮົາ, ແຫລ່ງຂ່າວທີ່ໜ້າເຊື່ອຖືໄດ້ແລະບໍ່ເຊື່ອຖືໄດ້, ນິຍາມຄໍາສັບພູມອາກາດ, ດິນຟ້າອາກາດ, ໂລກຮ້ອນClimate Change, Weather forecast ພະຍາກອນອາກາດ, ບົດບາດຂອງຄູຝຶກທີ່ຈະເຮັດໜ້າທີ່ສົ່ງຄວາມຮູ້ເນື້ອໃນຕ່າງໆ, ວິທີການຕ່າງໆໃຫ້ປຸ່ມເປົ້າໝາຍສຳມະນາກອນດ້ວຍການສົມທົບຫລາຍວິທີການປະສານກັນທີ່ສ້າງບັນຍາກາດແລະຄວາມເຂົ້າໃຈໄດ້ງ່າຍ.

ຕອນເຊົ້າມື້ນີ້(14/10/2024) ຢູ່ທີ່ສຳນັກງານໜັງສືພິມພາສາຕ່າງປະເທດນະຄອນຫລວງວຽງຈັນ ຄະນະຮັບຜິດຊອບໂຄງການGAMCILໄດ້ຈັດຊຸດຝຶກອົບຮົມຄູຝຶກນັກຂ່າວໃນຫົວຂໍ້”ການລາຍງານຂ່າວບັນຫາສີຂຽວ”ຂຶ້ນໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງສປປລາວເຊິ່ງມີນັກຂ່າວຮຸ່ນອາວຸໂສຈາກສຳນັກງານສື່ມວນຊົນພາກລັດ,ອົງການຈັດຕັ້ງມະຫາຊົນແລະສື່ສັງຄົມຈໍານວນໜຶ່ງ.

ຕອນເຊົ້າມື້ນີ້ທີ 11 ຕຸລາ 2024, ຄະນະຮັບຜິດຊອບໂຄງການ GAMCIL ໄດ້ປະຊຸມກັນຢູ່ທີ່ສຳນັກງານໜັງສືພິມພາສາຕ່າງປະເທດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ທອງຫລໍ່ ດວງສະຫວັນ, ຜູ້ອຳນວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ກຳມະການໃນຄະນະບໍລິຫານງານສະມາຄົມນັກຂ່າວແຫ່ງສປປລາວ, ຫົວໜ້າໂຄງການ GAMCIL ຝ່າຍ LJA ແລະ ທ່ານນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການ GAMCIL ຝ່າຍ CARE Lao.

ກອງປະຊຸມໄດ້ປຶກສາກັນໃນການກະກຽມເປີດຊຸດຝຶກອົບຮົມຄູຝຶກນັກຂ່າວໃນອາທິດໜ້ານີ້ຢູ່ນະຄອນຫລວງວຽງຈັນ, ກະກຽມຊຸດຝຶກອົບຮົມນັກຂ່າວພາກເໜືອຢູ່ແຂວງຫລວງພະບາງ ໃນທ້າຍເດືອນນີ້, ພາກກາງຢູ່ນະຄອນຫລວງວຽງຈັນ ໃນຕົ້ນເດືອນ ພະຈິກ ແລະ ພາກໃຕ້ຢູ່ແຂວງຈໍາປາສັກ ໃນທ້າຍເດືອນພະຈິກທີ່ຈະມາເຖິງນີ້.

ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາກັນກ່ຽວກັບການຈະເປີດການນໍາໃຊ້ເວບໄຊຂອງສະມາຄົມນັກຂ່າວ www.laja.la ຢ່າງເປັນທາງການໃນທ້າຍເດືອນນີ້ເຊັ່ນດຽວກັນ.

ກອງປະຊຸມປຶກສາຫາລືເພື່ອປັບປຸງໂຄງສ້າງ,ກຳນົດຫົວຂໍ້,ເນື້ອໃນແລະໜ້າເວັບໄຊທັງພາສາລາວແລະອັງກິດຂອງສະມາຄົມນັກຂ່າວແຫ່ງສປປລາວໂດຍການເປັນປະທານຂອງທ່ານທອງຫລໍ່ດວງສະຫວັນກຳມະການໃນຄະນະບໍລິຫານງານສະມາຄົມໄດ້ຈັດຂຶ້ນໃນຕອນບ່າຍມື້ນີ້(26/9/24)ທີ່ສຳນັກງານໜັງສືພິມພາສາຕ່າງປະເທດນະຄອນຫລວງວຽງຈັນ.

ຕອນເຊົ້າວັນພະຫັດທີ8/8/24ນີ້, ຄະນະຮັບຜິດຊອບໂຄງການ GAMCIL ຮ່ວມກັບຊ່ຽວຊານ Kyle James technical assistant to the project ໄດ້ປະຊຸມເພື່ອພ້ອມກັນກວດກາສັງລວມຄືນຄວາມຕ້ອງການຂອງການສ້າງຫລັກສູດເພື່ອເຝິກອົບຮົມນັກຂ່າວໃນການສົ່ງເສີມການພັດທະນາພື້ນທີ່ສີຂຽວຂຶ້ນຢູ່ຫ້ອງການທີ່ສຳນັກງານໜັງສືພິມພາສາຕ່າງປະເທດພາຍຫລັງທີ່ສຳເລັດ ການລົງເກັບກຳທາບທາມລະດັບຄວາມຮັບຮູ້ຄວາມເຂົ້າໃຈແລະຄວາມຕ້ອງການໃນການພັດທະນາສື່ແບບໃໝ່ New Media, Social media ຢູ່ນະຄອນຫລວງພະບາງແລະ ນະຄອນຫລວງວຽງຈັນໃນອາທິດນີ້.

ວັນສຸກທີ2ສິງຫາ24ມີໂອກາດຮ່ວມງານເສວະນາການນໍາໃຊ້ປັນຍາປະດິດAI(Artificial Intelligence to assist News and Media)ແລະສິ່ງທ້າທາຍສື່ສັງຄົມອອນລາຍໃນລາວ ທີ່ໂຮງແຮມລາວແທລ,ນະຄອນຫລວງວຽງຈັນຕາມຄໍາເຊີນ.

ຊົມເຊີຍເຈົ້າພາບທີ່ດີ ມີຈິດໃຈກວ້າງຂວາງຕ້ອນຮັບແຂກທາງໄກໄທທາງອື່ນທີ່ມາຢາມ ອັນນີ້ແມ່ນເປັນຮີດເປັນຄອງຂອງຄົນລາວເຮົາທີ່ເຄີຍມີມາແຕ່ດຶກດຳບັນແທ້ລະນໍ້, ຊຊເດີຕູ້ເອີຍ.

ຕອນເຊົ້າມື້ນີ້ (7/8/24) ໄດ້ຮ່ວມກອງປະຊຸມເກັບກໍາຂໍ້ມູນພື້ນຖານເພື່ອປັບເຂົ້າໃສ່ຫລັກສູດຂອງການຝຶກອົບຮົມນັກຂ່າວຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວສະໜັບສະໜູນໂດຍສະຫະພາບເອີຣົບ (EU)ແລະອົງການແຄນາໆຊາດປະຈາລາວເຊິ່ງເປັນໂຄງການບໍາລຸງສ້າງນັກຂ່າວ (GAMCIL) ເພື່ອຊຸກຍູ້ການພັດທະນາພ່ິ້ນທີ່ສີຂຽວໃນລາວທີ່ພະແນກຖວທນະຄອນຫວງວຽງຈັນໂດຍການເປັນປະທານຂອງທ່ານທອງຫລໍ່ດວງສະຫວັນ ຜູ້ອຳນວບການໃຫຍ່ໜັງສືພິມພາສາຕ່າງປະເທດ, …

ໃນໂອກາດນີ້, ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການຝ່າຍແຄ ແລະ ທ່ານ ທອງຫລໍ່ ດວງສະຫວັນ ຜູ້ອໍານວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ຄະນະບໍລິຫານງານ ສຂລ ຫົວໜ້າໂຄງການຝ່າຍ LJA ໄດ້ຜັດປ່ຽນກັນຂຶ້ນລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນ 6 ເດືອນ ຜ່ານມາ ແລະ ສະເໜີແຜນການ 6 ເດືອນທ້າຍປີ 2024. ນອກນັ້ນ, ກອງປະຊຸມຍັງໄດ້ຖາມຕອບ ແລະ ແລກປ່ຽນບົດຮຽນນໍາກັນທ່າມກາງບັນຍາກາດຟົດຟື້ນດີ.

ຫນ້າທັດໄປ