ໃນມື້ນີ້ໄດ້ມີພິທີສະຫລຸບກິດຈະກຳ 6 ເດືອນຕົ້ນປີ ແລະ ສະເໜີແຜນການ 6 ເດືອນ ທ້າຍປີ ຂອງໂຄງການ GAMCIL

ໃນມື້ນີ້ໄດ້ມີພິທີສະຫລຸບກິດຈະກຳ 6 ເດືອນ ຕົ້ນປີ ແລະ ສະເໜີແຜນການ 6 ເດືອນທ້າຍປີຂອງໂຄງການ GAMCIL ທີ່ໂຮງແຮມເມືອງແທ່ງ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັຖະມົນຕີ ກະຊວງຖວທ ຜູ້ຊີ້ນໍາໂຄງການ, ທ່ານ ສົມສະຫວາດພົງສາ ຫົວໜ້າກົມສື່ມວນຊົນ, ທ່ານ ສະຫວັນຄອນ ລາຊມຸນຕີ ປະທານສະມາຄົມນັກຂ່າວ, ທ່ານ ປອ. ອາຈິດ ປາຣິດາ ຕາງໜ້າອົງການແຄນາໆຊາດປະຈຳລາວ, ຄະນະປະສານງານຈາກ ນະຄອນຫລວງວຽງຈັນ, ນະຄອນຫລວງພະບາງ ແລະ ຈໍາປາສັກ, ຕາງໜ້າກົມສື່ມວນຊົນຈາກອົງການຈັດຕັ້ງມະຫາຊົນ ແລະ ນັກຂ່າວຈໍານວນໜຶ່ງທີ່ນະຄອນຫລວງວຽງຈັນ.

ໃນໂອກາດນີ້, ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການຝ່າຍແຄ ແລະ ທ່ານ ທອງຫລໍ່ ດວງສະຫວັນ ຜູ້ອໍານວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ຄະນະບໍລິຫານງານ ສຂລ ຫົວໜ້າໂຄງການຝ່າຍ LJA ໄດ້ຜັດປ່ຽນກັນຂຶ້ນລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນ 6 ເດືອນ ຜ່ານມາ ແລະ ສະເໜີແຜນການ 6 ເດືອນທ້າຍປີ 2024.

ນອກນັ້ນ, ກອງປະຊຸມຍັງໄດ້ຖາມຕອບ ແລະ ແລກປ່ຽນບົດຮຽນນໍາກັນທ່າມກາງບັນຍາກາດຟົດຟື້ນດີ.

Similar Posts