ໃນມື້ນີ້ໄດ້ມີພິທີສະຫລຸບກິດຈະກຳ 6 ເດືອນຕົ້ນປີ ແລະ ສະເໜີແຜນການ 6 ເດືອນ ທ້າຍປີ ຂອງໂຄງການ GAMCIL

ໃນມື້ນີ້ໄດ້ມີພິທີສະຫລຸບກິດຈະກຳ 6 ເດືອນ ຕົ້ນປີ ແລະ ສະເໜີແຜນການ 6 ເດືອນທ້າຍປີຂອງໂຄງການ GAMCIL ທີ່ໂຮງແຮມເມືອງແທ່ງ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັຖະມົນຕີ ກະຊວງຖວທ ຜູ້ຊີ້ນໍາໂຄງການ, ທ່ານ ສົມສະຫວາດພົງສາ ຫົວໜ້າກົມສື່ມວນຊົນ, ທ່ານ ສະຫວັນຄອນ ລາຊມຸນຕີ ປະທານສະມາຄົມນັກຂ່າວ, ທ່ານ ປອ. ອາຈິດ ປາຣິດາ ຕາງໜ້າອົງການແຄນາໆຊາດປະຈຳລາວ, ຄະນະປະສານງານຈາກ ນະຄອນຫລວງວຽງຈັນ, ນະຄອນຫລວງພະບາງ ແລະ ຈໍາປາສັກ, ຕາງໜ້າກົມສື່ມວນຊົນຈາກອົງການຈັດຕັ້ງມະຫາຊົນ ແລະ ນັກຂ່າວຈໍານວນໜຶ່ງທີ່ນະຄອນຫລວງວຽງຈັນ. ໃນໂອກາດນີ້, ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການຝ່າຍແຄ ແລະ ທ່ານ ທອງຫລໍ່ ດວງສະຫວັນ ຜູ້ອໍານວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ຄະນະບໍລິຫານງານ ສຂລ ຫົວໜ້າໂຄງການຝ່າຍ LJA ໄດ້ຜັດປ່ຽນກັນຂຶ້ນລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນ 6…

ຄະນະຮັບຜິດຊອບໂຄງການ GAMCIL ຮ່ວມກັບຊ່ຽວຊານ Kyle James technical assistant to the project

ຕອນເຊົ້າວັນພະຫັດທີ8/8/24ນີ້, ຄະນະຮັບຜິດຊອບໂຄງການ GAMCIL ຮ່ວມກັບຊ່ຽວຊານ Kyle James technical assistant to the project ໄດ້ປະຊຸມເພື່ອພ້ອມກັນກວດກາສັງລວມຄືນຄວາມຕ້ອງການຂອງການສ້າງຫລັກສູດເພື່ອເຝິກອົບຮົມນັກຂ່າວໃນການສົ່ງເສີມການພັດທະນາພື້ນທີ່ສີຂຽວຂຶ້ນຢູ່ຫ້ອງການທີ່ສຳນັກງານໜັງສືພິມພາສາຕ່າງປະເທດພາຍຫລັງທີ່ສຳເລັດ ການລົງເກັບກຳທາບທາມລະດັບຄວາມຮັບຮູ້ຄວາມເຂົ້າໃຈແລະຄວາມຕ້ອງການໃນການພັດທະນາສື່ແບບໃໝ່ New Media, Social media ຢູ່ນະຄອນຫລວງພະບາງແລະ ນະຄອນຫລວງວຽງຈັນໃນອາທິດນີ້.

ວັນສຸກທີ2ສິງຫາ24ມີໂອກາດຮ່ວມງານເສວະນາການນໍາໃຊ້ປັນຍາປະດິດAI(Artificial Intelligence to assist News and Media)ແລະສິ່ງທ້າທາຍສື່ສັງຄົມອອນລາຍໃນລາວ ທີ່ໂຮງແຮມລາວແທລ,ນະຄອນຫລວງວຽງຈັນຕາມຄໍາເຊີນ.

ການເສລະນາຄັ້ງນີ້ແມ່ນສະມາຄົມນັກຂ່າວLJAແລະອົງການແຄCARE Laoເປັນເຈົ້າພາບ ສະໜັບສະໜູນໂດຍສະຫະພາບເອີຣົບEU,ທ່ານດາວວອນພະຈັນທະວົງ ປະທານກິດຕິມະສັກສະມາຄົມນັກຂ່າວ,ທ່ານກິດສະໜາວົງໄຊພ້ອມຄອບຄົວແລະນັກທຸລະກິດຈຳນວນໜຶ່ງ. ດີໃຈແລະກໍ່ພູມໃຈເປັນຢ່າງຍິ່ງທີ່ເຫັນລູກຫລານຄົນຮຸ່ນໜຸ່ມທີ່ມາເປັນວິທະຍາກອນໃນມື້ນີ້ລ້ວນແລ້ວແຕ່ເປັນຄົນມີຄວາມຮູ້ຄວາມສາມາດສູງ,ມີລະດັບການສຶກສາດີແລະເປັນມືອາຊີບທີ່ນໍາຍຸກນໍາສະໄໝທາງດ້ານເທັກໂນໂລຊີສື່ສານມວນຊົນທີ່ສາມາດເຊື່ອມສານກັບສາກົນໄດ້. ສະນັ້ນ,ການເສວະນາໃນມື້ນີ້ເຖິງວ່າຈະເປັນເວລາທີ່ສັ້ນຫລາຍ ແຕ່ກໍ່ມີຜົນປະໂຫຍດສູງເພາະມັນເປັນໂອກາດດີທີ່ນັກຂ່າວສື່ສານມວນຊົນຮຸ່ນສືບທອດພວກເຮົາຈະນໍາເອົາຄວາມຮູ້,ປະສົບການຈາກວິທະຍາກອນເຫລົ່ານີ້ໄປໃຊ້ໃຫ້ບັງເກີດຜົນໂດຍສະເພາະແມ່ນAIເຊິ່ງມາຮອດປັດຈຸບັນນີ້ໂລກເຂົາພັດທະນາໄປໃກແລ້ວ ແຕ່ພວກເຮົາບໍ່ຈໍາເປັນໄປຄົ້ນຄວ້າແລະເລີ້ມເຮັດໃໝ່ນັບ1,2,3,4,ໄປ ເຮົານໍາໃຊ້ຜົນສຳເລັດທີ່ເຂົາເຮັດມາແລ້ວໄປໂລດ ໄປທາງລັດກໍ່ວ່າແມ່ນຈຶ່ງຈະໄດ້ຮັບຜົນໄວກວ່າແລະມີປະສິດທິຜົນສູງກວ່າແລະຈະເຮັດໃຫ້ການພັດທະນາວຽກງານສື່ສານມວນຊົນລາວຂອງພວກເຮົາກ້າວໄປໃກ້ມໍ່ກັບສື່ມວນຊົນຂອງບັນດາປະເທດອ້ອມຂ້າງກໍ່ຄືຢູ່ໃນຂົງເຂດອາຊຽນໃນສະເພາະໜ້າແລະຍາວນານ.

ຊົມເຊີຍເຈົ້າພາບທີ່ດີ ມີຈິດໃຈກວ້າງຂວາງຕ້ອນຮັບແຂກທາງໄກໄທທາງອື່ນທີ່ມາຢາມ

ຊົມເຊີຍເຈົ້າພາບທີ່ດີ ມີຈິດໃຈກວ້າງຂວາງຕ້ອນຮັບແຂກທາງໄກໄທທາງອື່ນທີ່ມາຢາມ ອັນນີ້ແມ່ນເປັນຮີດເປັນຄອງຂອງຄົນລາວເຮົາທີ່ເຄີຍມີມາແຕ່ດຶກດຳບັນແທ້ລະນໍ້, ຊຊເດີຕູ້ເອີຍ.

ຕອນເຊົ້າມື້ນີ້(7/8/24) ໄດ້ຮ່ວມກອງປະຊຸມເກັບກໍາຂໍ້ມູນພື້ນຖານເພື່ອປັບເຂົ້າໃສ່ຫລັກສູດ

ຕອນເຊົ້າມື້ນີ້(7/8/24) ໄດ້ຮ່ວມກອງປະຊຸມເກັບກໍາຂໍ້ມູນພື້ນຖານເພື່ອປັບເຂົ້າໃສ່ຫລັກສູດຂອງການຝຶກອົບຮົມນັກຂ່າວຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວສະໜັບສະໜູນໂດຍສະຫະພາບເອີຣົບ (EU)ແລະອົງການແຄນາໆຊາດປະຈາລາວເຊິ່ງເປັນໂຄງການບໍາລຸງສ້າງນັກຂ່າວ(GAMCIL)ເພື່ອຊຸກຍູ້ການພັດທະນາພ່ິ້ນທີ່ສີຂຽວໃນລາວທີ່ພະແນກຖວທນະຄອນຫວງວຽງຈັນໂດຍການເປັນປະທານຂອງທ່ານທອງຫລໍ່ດວງສະຫວັນ ຜູ້ອຳນວບການໃຫຍ່ໜັງສືພິມພາສາຕ່າງປະເທດ,ກຳມະການໃນຄະນະບໍລິຫານງານສະມາຄົມນັກຂ່າວທັງເປັນຫົວໜ້າໂຄງການGAMCIL Projectແລະທ່ານ ສຸວັນນະສິນ ໄຊມົນຕຣີ ຫົວໜ້າຂະແໜງຖະແຫລງຂ່າວພະແນກຖວທນວ. ກອງປະຊຸມດຳເນີນໄປດ້ວຍຄວາມເຂົ້າອົກເຂົ້າໃຈ,ໄດ້ຮັບຜົນດີແລະເບີກບານມ່ວນຊື່ນແຕ່ຕົ້ນຕະຫລອດປາຍ.