ຂໍ້ຕົກລົງ

– ຂໍ້ຕົກລົງອຸດົມໄຊຕໍ່ສື່ອອນລາຍ– ຂໍ້ຕົກລົງວ່າດ້ວຍການອະນຸຍາດດຳເນີນກິດຈະການສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ

ດຳລັດ

– ດຳ​ລັດ​ວ່າ​ດ້ວຍນາມ​ມະ​ຍົດ​ນັກ​ຂ່າວ– ດຳ​ລັດ ວ່າດ້ວຍສື່ມວນຊົນຕ່າງປະເທດ– ດໍາລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ​- ດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ– ດຳລັດວ່າດ້ວຍສື່ມວນຊົນຕ່າງປະເທດ– ດຳລັດວ່າດ້ວຍສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ

ກົດຫມາຍ

– ຈັນ​ຍາ​ບັນ– ກ​ົດ​ໝາຍ​ສື່ມວນ​ຊົນ​– ກ​ົດ​ໝາຍ​ອາ​ຊະ​ຍາ​ກຳ​ທາງ​ໄຊ​ເບີ– ກົດໝາຍເຕັກໂນໂລຊີການສື່ສານ– ກົດ​ໝາຍປົກປ້ອງຂໍ້ມູນເອເລັກໂຕຣນິກ

ຕອນເຊົ້າມື້ນີ້ທີ 11 ຕຸລາ 2024, ຄະນະຮັບຜິດຊອບໂຄງການ GAMCIL ໄດ້ປະຊຸມກັນຢູ່ທີ່ສຳນັກງານໜັງສືພິມພາສາຕ່າງປະເທດ ນະຄອນຫລວງວຽງຈັນ

ຕອນເຊົ້າມື້ນີ້ທີ 11 ຕຸລາ 2024, ຄະນະຮັບຜິດຊອບໂຄງການ GAMCIL ໄດ້ປະຊຸມກັນຢູ່ທີ່ສຳນັກງານໜັງສືພິມພາສາຕ່າງປະເທດ ນະຄອນຫລວງວຽງຈັນ

ວີດີໂອ ຕອນເຊົ້າມື້ນີ້ທີ11ຕຸລາ2024, ຄະນະຮັບຜິດຊອບໂຄງການ GAMCIL ໄດ້ປະຊຸມກັນຢູ່ທີ່ສຳນັກງານໜັງສືພິມພາສາຕ່າງປະເທດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງຫລໍ່ ດວງສະຫວັນ, ຜູ້ອຳນວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ກຳມະການໃນຄະນະບໍລິຫານງານສະມາຄົມນັກຂ່າວແຫ່ງສປປລາວ, ຫົວໜ້າໂຄງການ GAMCIL ຝ່າຍ LJA ແລະ ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການ GAMCIL ຝ່າຍ CARE Lao. ກອງປະຊຸມໄດ້ປຶກສາກັນໃນການກະກຽມເປີດຊຸດຝຶກອົບຮົມຄູຝຶກນັກຂ່າວໃນອາທິດໜ້ານີ້ຢູ່ນະຄອນຫລວງວຽງຈັນ, ກະກຽມຊຸດຝຶກອົບຮົມນັກຂ່າວພາກເໜືອຢູ່ແຂວງຫລວງພະບາງ ໃນທ້າຍເດືອນນີ້, ພາກກາງຢູ່ນະຄອນຫລວງວຽງຈັນ ໃນຕົ້ນເດືອນ ພະຈິກ ແລະ ພາກໃຕ້ຢູ່ແຂວງຈໍາປາສັກ ໃນທ້າຍເດືອນພະຈິກທີ່ຈະມາເຖິງນີ້. ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາກັນກ່ຽວກັບການຈະເປີດການນໍາໃຊ້ເວບໄຊຂອງສະມາຄົມນັກຂ່າວ www.laja.la ຢ່າງເປັນທາງການໃນທ້າຍເດືອນນີ້ເຊັ່ນດຽວກັນ.