ການນໍາໃຊ້ປັນຍສປະດິດ ແລະ ສິ່ງທ້າທາຍຂອງສື່ສັງຄົມອອນລາຍສໍາລາວສື່ມວນຊົນລາວ
ການນໍາໃຊ້ປັນຍສປະດິດ ແລະ ສິ່ງທ້າທາຍຂອງສື່ສັງຄົມອອນລາຍສໍາລາວສື່ມວນຊົນລາວ
ການນໍາໃຊ້ປັນຍສປະດິດ ແລະ ສິ່ງທ້າທາຍຂອງສື່ສັງຄົມອອນລາຍສໍາລາວສື່ມວນຊົນລາວ
ທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງຫົວໜ້າໂຄງການ GAMCILແລະ ທ່ານ ຈັນສະໝອນ ທິບພະວັນ ຮອງຫົວໜ້າພະແນກ ຖວທ ແຂວງ ຫຼວງພະບາງ ເປັນປະທານຮ່ວມ ກອງປະຊຸມ ສໍາຫຼວດເກັບກໍາຂໍ້ມູນ ປະເມີນຄວາມຮູ້, ຄວາມສາມາດ, ຄວາມໝັ້ນໃຈ ແລະ ທັກສະໃນການລາຍງານຂ່າວຂອງນັກຂ່າວກ່ຽວກັບການພັດທະນາສີຂຽວຍືນຍົງ ແລະ ການນຳໃຊ້ສື່ດິຈິຕອນ ວັນທີ 11-13 ມິຖຸນາ 2024 ທີ່ ພະແນກ ຖວທ ແຂວງ ຫຼວງພະບາງ.
ທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງຫົວໜ້າໂຄງການ GAMCIL ມອບຂອງທີ່ລະລຶກໃຫ້ ທ່ານ ທອງຖິ່ນ ພົມພັກດີ ພ້ອມຄະນະ ຢູ່ກອງປະຊຸມ ປະເມີນຄວາມຮູ້, ຄວາມສາມາດ, ຄວາມໝັ້ນໃຈ ແລະ ທັກສະໃນການລາຍງານຂ່າວຂອງນັກຂ່າວກ່ຽວ.
ທີມງານ GAMCIL ສໍາຫຼວດເກັບກໍາຂໍ້ມູນເພື່ອປະເມີນຄວາມຮູ້, ຄວາມສາມາດ, ຄວາມໝັ້ນໃຈ ແລະ ທັກສະໃນການລາຍງານຂ່າວຂອງນັກຂ່າວກ່ຽວກັບການພັດທະນາສີຂຽວຍືນຍົງຢູ່ ຖວທ ແຂວງ ຫຼວງພະບາງ ວັນທີ 11-13 ມິຖຸນາ 2024.
ຕອນເຊົ້າມື້ນີ້(14/10/2024) ຢູ່ທີ່ສຳນັກງານໜັງສືພິມພາສາຕ່າງປະເທດນະຄອນຫລວງວຽງຈັນ ຄະນະຮັບຜິດຊອບໂຄງການGAMCILໄດ້ຈັດຊຸດຝຶກອົບຮົມຄູຝຶກນັກຂ່າວໃນຫົວຂໍ້”ການລາຍງານຂ່າວບັນຫາສີຂຽວ”ຂຶ້ນໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງສປປລາວເຊິ່ງມີນັກຂ່າວຮຸ່ນອາວຸໂສຈາກສຳນັກງານສື່ມວນຊົນພາກລັດ,ອົງການຈັດຕັ້ງມະຫາຊົນແລະສື່ສັງຄົມຈໍານວນໜຶ່ງ. ນອກຈາກນັ້ນ,ກໍ່ມີຕົວແທນຈາກພະແນກຖະແຫລງຂ່າວ,ວັດທະນະທຳແລະທ່ອງທ່ຽວແຂວງຫລວງພະບາງແລະຈຳປາສັກແຂວງລະຄົນ,ລວມທັງໝົດ13ຄົນໃນນັ້ນມີເພດຊາຍ2ຄົນ. ຊຸດຝຶກອົບຮົມການເປັນຄູຝຶກນັກຂ່າວຫົວຂໍ້”ການລາຍງານຂ່າວບັນຫາສີຂຽວ”ຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ1ອາທິດໂດຍແມ່ນທ່ານອາຈານຄາຍເຈມKyl James ຊ່ຽວຊານດ້ານການຂ່າວເພື່ອພັດທະນາສີຂຽວສາກົນແລະເຄີຍສິດສອນຢູ່ສະຫະລັດ,ສະຫະພາບເອີຣົບ,ອາຊີແລະໃນຂົງເຂດອາຊຽນໂດຍສະເພາະຢູ່ໄທ,ຫວຽດນາມ,ກຳປຸເຈຽແລະຟີລິບປິ່ນ. ສ່ວນຢູ່ລາວເຮົາແມ່ນໄດ້ມາເຮັດວຽກນີ້ແລ້ວ,ເທື່ອນີ້ເປັນເທື່ອທີສອງແລະມັກປະເທດລາວຫລາຍໂດຍສະເພາະແມ່ນຫລວງພະບາງທີ່ຍັງປົກຫຸ້ມໄປດ້ວຍພື້ນມີ່ສີຂຽວທີ່ສວຍສົດງົດງາມທີ່ສຸດ.
ພິທີເປີກການສໍາຫຼວດເກັບກໍາຂໍ້ມູນເພື່ອປະເມີນຄວາມຮູ້ ທັກສະຄວາມສາມາດ ຄວາມໝັ້ນໃຈຂອງນັກຂ່າວໃນການລາຍງານກ່ຽວກັບບັນຫາສີຂຽວແລະການນຳໃຊ້ສື່ດິຈິຕອນຢູ່ ຖວທ ແຂວງຈໍາປາສັກ ວັນທີ 18-20 ມິຖຸນາ 2024.
ກອງປະຊຸມໂຄງການ GAMCIL ສໍາຫຼວດເກັບກໍາຂໍ້ມູນເພື່ອປະເມີນຄວາມຮູ້, ຄວາມສາມາດ, ຄວາມໝັ້ນໃຈ ແລະ ທັກສະໃນການລາຍງານຂ່າວຂອງນັກຂ່າວກ່ຽວກັບການພັດທະນາສີຂຽວຍືນຍົງ ແລະ ການນຳໃຊ້ສື່ດິຈິຕອນຢູ່ ຖວທ ນະຄອນຫຼວງວຽງຈັນໃນລະຫວ່າງວັນທີ 26-28 ມິຖຸນາ 2024.