ຄະນະຮັບຜິດຊອບໂຄງການ GAMCIL ໄດ້ຈັດຊຸດຝຶກອົບຮົມຄູຝຶກນັກຂ່າວໃນຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ” ກອງປະຊຸມ ເກັບກໍາຂໍ້ມູນ ເພຶ່ອພັດທະນາຫຼັກສູດ ຝຶກອົບຮົມໃຫ້ແກ່ນັກຂ່າວ ໂຄງການ GAMCIL ວັນທີ 7 ສິງຫາ 2024 ທີ່ພະແນກ ຖວທ ນະຄອນຫຼວງວຽງຈັນ.

ຕອນເຊົ້າມື້ນີ້(14/10/2024) ຢູ່ທີ່ສຳນັກງານໜັງສືພິມພາສາຕ່າງປະເທດນະຄອນຫລວງວຽງຈັນ ຄະນະຮັບຜິດຊອບໂຄງການGAMCILໄດ້ຈັດຊຸດຝຶກອົບຮົມຄູຝຶກນັກຂ່າວໃນຫົວຂໍ້”ການລາຍງານຂ່າວບັນຫາສີຂຽວ”ຂຶ້ນໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງສປປລາວເຊິ່ງມີນັກຂ່າວຮຸ່ນອາວຸໂສຈາກສຳນັກງານສື່ມວນຊົນພາກລັດ,ອົງການຈັດຕັ້ງມະຫາຊົນແລະສື່ສັງຄົມຈໍານວນໜຶ່ງ.

ນອກຈາກນັ້ນ,ກໍ່ມີຕົວແທນຈາກພະແນກຖະແຫລງຂ່າວ,ວັດທະນະທຳແລະທ່ອງທ່ຽວແຂວງຫລວງພະບາງແລະຈຳປາສັກແຂວງລະຄົນ,ລວມທັງໝົດ13ຄົນໃນນັ້ນມີເພດຊາຍ2ຄົນ.

ຊຸດຝຶກອົບຮົມການເປັນຄູຝຶກນັກຂ່າວຫົວຂໍ້”ການລາຍງານຂ່າວບັນຫາສີຂຽວ”ຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ1ອາທິດໂດຍແມ່ນທ່ານອາຈານຄາຍເຈມKyl James ຊ່ຽວຊານດ້ານການຂ່າວເພື່ອພັດທະນາສີຂຽວສາກົນແລະເຄີຍສິດສອນຢູ່ສະຫະລັດ,ສະຫະພາບເອີຣົບ,ອາຊີແລະໃນຂົງເຂດອາຊຽນໂດຍສະເພາະຢູ່ໄທ,ຫວຽດນາມ,ກຳປຸເຈຽແລະຟີລິບປິ່ນ.

ສ່ວນຢູ່ລາວເຮົາແມ່ນໄດ້ມາເຮັດວຽກນີ້ແລ້ວ,ເທື່ອນີ້ເປັນເທື່ອທີສອງແລະມັກປະເທດລາວຫລາຍໂດຍສະເພາະແມ່ນຫລວງພະບາງທີ່ຍັງປົກຫຸ້ມໄປດ້ວຍພື້ນມີ່ສີຂຽວທີ່ສວຍສົດງົດງາມທີ່ສຸດ.

Similar Posts