ຕອນເຊົ້າມື້ນີ້ທີ 11 ຕຸລາ 2024, ຄະນະຮັບຜິດຊອບໂຄງການ GAMCIL ໄດ້ປະຊຸມກັນຢູ່ທີ່ສຳນັກງານໜັງສືພິມພາສາຕ່າງປະເທດ ນະຄອນຫລວງວຽງຈັນ

ວີດີໂອ

ຕອນເຊົ້າມື້ນີ້ທີ11ຕຸລາ2024, ຄະນະຮັບຜິດຊອບໂຄງການ GAMCIL ໄດ້ປະຊຸມກັນຢູ່ທີ່ສຳນັກງານໜັງສືພິມພາສາຕ່າງປະເທດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງຫລໍ່ ດວງສະຫວັນ, ຜູ້ອຳນວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ກຳມະການໃນຄະນະບໍລິຫານງານສະມາຄົມນັກຂ່າວແຫ່ງສປປລາວ, ຫົວໜ້າໂຄງການ GAMCIL ຝ່າຍ LJA ແລະ ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການ GAMCIL ຝ່າຍ CARE Lao.

ກອງປະຊຸມໄດ້ປຶກສາກັນໃນການກະກຽມເປີດຊຸດຝຶກອົບຮົມຄູຝຶກນັກຂ່າວໃນອາທິດໜ້ານີ້ຢູ່ນະຄອນຫລວງວຽງຈັນ, ກະກຽມຊຸດຝຶກອົບຮົມນັກຂ່າວພາກເໜືອຢູ່ແຂວງຫລວງພະບາງ ໃນທ້າຍເດືອນນີ້, ພາກກາງຢູ່ນະຄອນຫລວງວຽງຈັນ ໃນຕົ້ນເດືອນ ພະຈິກ ແລະ ພາກໃຕ້ຢູ່ແຂວງຈໍາປາສັກ ໃນທ້າຍເດືອນພະຈິກທີ່ຈະມາເຖິງນີ້.

ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາກັນກ່ຽວກັບການຈະເປີດການນໍາໃຊ້ເວບໄຊຂອງສະມາຄົມນັກຂ່າວ www.laja.la ຢ່າງເປັນທາງການໃນທ້າຍເດືອນນີ້ເຊັ່ນດຽວກັນ.

Similar Posts