ການປະເມີນຄວາມຕ້ອງການຝຶກອົບຮົມ ຂອງນັກຂ່າວ

ໃນວັນທີ 5-7 ສິງຫາ 2024, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອົງການແຄຣ໌ ລາວ, ໂຄງການ ແກມຊິວ ແລະ ຊ່ຽວຊານ ໄດ້ຈັດກອງປະຊຸມ ການປະເມີນຄວາມຕ້ອງການຝຶກອົບຮົມແບບເຊິ່ງໜ້າ ຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ແຂວງ ຫຼວງພະບາງ ໂດຍມີຜູ້ເຂົ້າຮ່ວມ 58 ທ່ານ ແລະ ໄດ້ເຮັດການປະເມີນແບບອອນລາຍ ທີ່ແຂວງ ຈຳປາສັກ ໂດຍມີຜູ້ເຂົ້າຮ່ວມການປະເມີນ 30 ທ່ານ. ຈຸດປະສົງກໍແມ່ນເພື່ອ ປະເມີນຄວາມຕ້ອງການການຝຶກອົບຮົມຂອງນັກຂ່າວລາວ, ສະໜອງຂໍ້ມູນກ່ຽວກັບຄວາມຕ້ອງການ ການຝຶກອົບຮົມ ແລະ ການນຳໃຊ້ຂໍ້ມູນຂ່າວສານ ເພື່ອພັດທະນາຫຼັກສູດໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງ ຂອງນັກຂ່າວລາວ. 

ພາຍຫຼັງທີ່ສຳເລັດການປະເມີນແລ້ວ, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອົງການແຄຣ໌ ລາວ, ໂຄງການ ແກມຊິວ ແລະ ຊ່ຽວຊານ ກໍໄດ້ເຮັດວຽກຮ່ວມກັນ ເພື່ອສ້າງແລະ ພັດທະນາຫຼັກສູດ ການຮຽນການສອນ ທີ່ເໝາະສົມທັງຮູບແບບເຊິ່ງໜ້າ ແລະ ແບບອອນລາຍ ຜ່ານເວັບໄຊ ຂອງສະມາຄົມນັກຂ່າວ ແຫ່ງ ສປປ ລາວ. ພ້ອມກັນນັ້ນ, ຫຼັກສູດດັ່ງກ່າວກໍຈະໄດ້ຖືກເອົາມາຝຶກອົບຮົມໃຫ້ແກ່ນັກຂ່າວລາວ ເພື່ອຊ່ວຍເພີ່ມຄວາມຮັບຮູ້ທາງດ້ານສື່ດິຈິຕອນ ແລະ ເພີ່ມການເຂົ້າເຖິງຂໍ້ມູນຂ່າວສານ ການພັດທະນາທີ່ກ່ຽວຂ້ອງກັບບົດບາດທາງເພດ ແລະ ການພັດທະນາສີຂຽວ.

Similar Posts