ການເກັບຂໍ້ມູນເບື້ອງຕົ້ນ ຂອງໂຄງການ

ໃນລະຫວ່າງວັນທີ 13-27 ມິຖຸນາ 2024, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອົງການແຄຣ໌ ລາວ ແລະ ໂຄງການ ແກມຊິວ ໄດ້ມີການເກັບກຳຂໍ້ມູນເບື້ອງຕົ້ນ ຂອງໂຄງການ ຢູ່ທີ່ ນະຄອນຫຼວງວຽງຈັນ, ແຂວງ ຫຼວງພະບາງ ແລະ ແຂວງ ຈຳປາສັກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 67 ທ່ານ, ແບບເຊິ່ງໜ້າ 54 ທ່ານ ແລະ ແບບອອນລາຍ 13 ທ່ານ ໂດຍທີ່ຜູ້ເຂົ້າຮ່ວມຕອບແບບສອບຖາມ ແມ່ນມາຈາກຫຼາຍພາກສ່ວນເຊັນ ຄູ່ຮ່ວມງານນັກຂ່າວພາກລັດ, ພາກສື່ສັງຄົມ, ຜູ້ນຳໃຊ້ສື່ສັງຄົມອອນລາຍທົ່ວໄປ ແລະ ຜູ້ສ້າງວິດີໂອ ແລະ ຮູບເງົາ. ໂຄງການແມ່ນໄດ້ນຳໃຊ້ແບບສອບຖາມທັງໝົດ 3 ແບບ ທີ່ສ້າງຈາກເຄື່ອງມື ໂຄໂບ້ທູບ໋ອກ (KOBO Toolbox). ການເກັບກຳຂໍ້ມູນໃນຄັ້ງນີ້ ໄດ້ຊ່ວຍໃຫ້ໂຄງການສາມາດກຳນົດຂອບເຂດບູລິມະສິດຂອງໂຄງການ, ເຂົ້າໃຈໃນຜົນກະທົບຂອງໂຄງການ, ສາມາດບັດທຶກຕົວຊີ້ວັດທີ່ສຳຄັນ, ເພື່ອເປັນຂໍ້ມູນເບື້ອງຕົ້ນໃນການຕິດຕາມ ແລະ ປະເມີນຄວາມຄືບໜ້າ ແລະ ປະສິດທິຜົນໃນລະຫວ່າງການຈັດຕັ້ງປະຕິບັດ ແລະ ສິ້ນສຸດໂຄງການ.

Similar Posts