ໃນມື້ນີ້ໄດ້ມີພິທີສະຫລຸບກິດຈະກຳ 6 ເດືອນຕົ້ນປີ ແລະ ສະເໜີແຜນການ 6 ເດືອນ ທ້າຍປີ ຂອງໂຄງການ GAMCIL

ໃນມື້ນີ້ໄດ້ມີພິທີສະຫລຸບກິດຈະກຳ 6 ເດືອນ ຕົ້ນປີ ແລະ ສະເໜີແຜນການ 6 ເດືອນທ້າຍປີຂອງໂຄງການ GAMCIL ທີ່ໂຮງແຮມເມືອງແທ່ງ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັຖະມົນຕີ ກະຊວງຖວທ ຜູ້ຊີ້ນໍາໂຄງການ, ທ່ານ ສົມສະຫວາດພົງສາ ຫົວໜ້າກົມສື່ມວນຊົນ, ທ່ານ ສະຫວັນຄອນ ລາຊມຸນຕີ ປະທານສະມາຄົມນັກຂ່າວ, ທ່ານ ປອ. ອາຈິດ ປາຣິດາ ຕາງໜ້າອົງການແຄນາໆຊາດປະຈຳລາວ, ຄະນະປະສານງານຈາກ ນະຄອນຫລວງວຽງຈັນ, ນະຄອນຫລວງພະບາງ ແລະ ຈໍາປາສັກ, ຕາງໜ້າກົມສື່ມວນຊົນຈາກອົງການຈັດຕັ້ງມະຫາຊົນ ແລະ ນັກຂ່າວຈໍານວນໜຶ່ງທີ່ນະຄອນຫລວງວຽງຈັນ. ໃນໂອກາດນີ້, ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການຝ່າຍແຄ ແລະ ທ່ານ ທອງຫລໍ່ ດວງສະຫວັນ ຜູ້ອໍານວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ຄະນະບໍລິຫານງານ ສຂລ ຫົວໜ້າໂຄງການຝ່າຍ LJA ໄດ້ຜັດປ່ຽນກັນຂຶ້ນລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນ 6…

ທ່ານ ວຽງຄໍາສີສູວົງ ຮອງຫົວໜ້າພະແນກ ກ່າວໃນກອງປະຊຸມ ປະເມີນຄວາມຮູ້, ຄວາມສາມາດ, ຄວາມໝັ້ນໃຈ ແລະ ທັກສະໃນການລາຍງານຂ່າວຂອງນັກຂ່າວກ່ຽວກັບການພັດທະນາສີຂຽວຍືນຍົງ ແລະ ການນຳໃຊ້ສື່ດິຈິຕອນ.

ທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງຫົວໜ້າໂຄງການ GAMCILມີຄໍາເຫັນຕໍ່ກອງປະຊຸມປະເມີນຄວາມຮູ້, ຄວາມສາມາດ, ຄວາມໝັ້ນໃຈ ແລະ ທັກສະໃນການລາຍງານຂ່າວຂອງນັກຂ່າວກ່ຽວກັບການພັດທະນາສີຂຽວຍືນຍົງ ແລະ ການນຳໃຊ້ສື່ດິຈິຕອນຢູ່ ຖວທ ນະຄອນຫຼວງວຽງຈັນ.

ກອງປະຊຸມໂຄງການ GAMCIL ສໍາຫຼວດເກັບກໍາຂໍ້ມູນເພື່ອປະເມີນຄວາມຮູ້, ຄວາມສາມາດ, ຄວາມໝັ້ນໃຈ ແລະ ທັກສະໃນການລາຍງານຂ່າວຂອງນັກຂ່າວກ່ຽວກັບການພັດທະນາສີຂຽວຍືນຍົງ ແລະ ການນຳໃຊ້ສື່ດິຈິຕອນຢູ່ ຖວທ ນະຄອນຫຼວງວຽງຈັນໃນລະຫວ່າງວັນທີ 26-28 ມິຖຸນາ 2024.