ກອງປະຊຸມ ປຶກສາຫາລືກ່ຽວກັບເນື້ອໃນບົດບັນທຶກຄວາມເຂົ້າໃຈຂອງໂຄງການພັດທະນາສີຂຽວ ຜ່ານສື່ ແລະ ອົງການຈັດຕັ້ງສັງຄົມ ໃນ ສປປ ລາວ ,ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ທ່ານ ນາງ ແກ້ວອຳພອນ ສຸວັນນະພູມ ຜູ້ອຳນວຍການ  ອົງການແຄຣ໌ນານາຊາດປະຈຳ ສປປ ລາວ; ທ່ານ ສົມສະຫວາດ ພົງສາ ຫົວໜ້າ ກົມສື່ມວນຊົນ; ບັນດາທ່ານຫົວໜ້າ, ຮອງຫົວໜ້າ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພະແນກ ຕ່າງປະເທດ ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ, ຕາງໜ້າ ຈາກກົມຈັດຕັ້ງສາກົນ ກະຊວງການຕ່າງປະເທດ…ເຂ້າຮ່ວມຈໍານວນ 26 ທ່ານ ໃນວັນທີ 10 ກຸມພາ 2023 ທີ່ຫ້ອງປະຊຸມ ໜັງສືພິມວຽງຈັນທາຍ.

ກອງປະຊຸມພົບປະລະຫວ່າງ ທ່ານ ສະ ຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ ນາງ ອີນາ ມາຈູລີໂອນີແຕ (Ina Marciulionyte) ເອກອັກຄະລັດຖະທູດ ສະຫະພາບເອີຣົບ (EU) ປະຈຳ ສປປ ລາວ ພ້ອມຄະນະ ໃນວັນທີ 20 ເມສາ 2022